ຈາກທີ່ ອົດຫຼັບອົດນອນ ຕັ້ງແຕ່ ວັນທິດ .. ຮອດມື້ນີ້ກະ ຈົບແລ້ວວ
ໂອ້ຍ ບໍ່ແມ່ນຫຍັງດອກ ບໍ່ມີເວລາອ່ານຄັນແມ່ນ working day .. ມື້ນີ້ ຊິໄດ້ນອນເຕັມຕາແລ້ວ 😭😭
ຫຼັງອ່ານ .. ມ່ວນ ແລະ recommended ເລີຍ ..
ໃຜທີ່ກຳລັງຊອກຫາເລື່ອງທີ່ feel good ຕິ້ງຕອງ ບ້າໆບໍໆ ຫົວເປັນບາດໆ ເຊີນທາງນີ້ເລີຍ 🤣🤣
ນ້ອງເມີຍ ເປັນ ນີທີ່ໃສໆ (ໃສໆ ຄວາມໃສໄປໃສໝົດ 😂) ນາງເກັ່ງ ຢູ່ເປັນ ແຕ່ງກິນແຊບ, ກວນ 👣 ອ້າຍທຽນ {ພະເອກ} ຕະຫຼອດເວລາ .. ຮັກອ້າຍທຽນແຕ່ຄັ້ງທຳອິດທີ່ເຈິະ .. ເທີດທູນອ້າຍທຽນ ແລະ ເມີຍ ເບິ່ງໂລກໃນແງ່ດີສະເໝີ ..
ອ້າຍທຽນ ເຢັນຊາ ປາກຮ້າຍ ໜ້າໂຫດ (ແຕ່ຫຼໍ່ 55) ໂສດ ແຕ່ບໍ່ສົດ 5555 (ອັນນີ້ ອ້າຍທຽນ ບໍ່ໄດ້ກ່າວ) ຈຳເປັນຕ້ອງແຕ່ງງານກັບ ເມີຍ ດ້ວຍເຫດຜົນບາງຢ່າງ.. ແລກໆ ໝັ່ນໃສ້ ອ້າຍຫຼາຍ .. ເຮັດບໍ່ຮັກ ບໍ່ສົນໃຈເມຍ ທຳຮ້າຍຈິດໃຈສາລະພັດ .. ແຕ່ສຸດທ້າຍ ຊິເປັນຊິຕາຍ ຕອນ ເມີຍ ຊິຍົກເລີກງານແຕ່ງ (ໜ້ານີ້ຕ້ອງອ່ານເລີຍ ຕະຫຼົກອ້າຍຫຼາຍ) .. ສະໃຈຕອນທີ່ ນ້ອງເມີຍແຮກຂໍ້ມູນອ້າຍ ..
ປະທັບໃຈຫຼາຍຕອນ ທີ່ພະນາງແຕ່ງກອນຈີບກັນ .. ປະທັບໃຈໃນຄວາມອົດທົນຂອງນ້ອງເມີຍ .. ນີ້ຕະຫຼົກນຳ ທີມ the gang ຂອງອ້າຍທຽນຫຼາຍ .. ຮາຈົນທ້ອງແຂງ .. ຄັ້ງທຳອິດ ທີ່ໄດ້ອ່ານງານຂຽນຂອງ ນາວາຮ້ອຍກະວີ .. ຖືວ່າ ໃຊ້ໄດ້ເລີຍ .. ນັກຂຽນ ຂຽນໄດ້ລື່ນໄຫຼດີ, ພາສາທີ່ໃຊ້ອ່ານງາຍ .. ແນະນຳຄັນໃຜຊ່ວງນີ້ ເປັນເບື່ອໆ .. ບິດໆ ເຊັງ ແນະນຳເລື່ອງນີ້ເລີຍ